ຊອບແວ SEO AIທີ່ຂຽນ, ເຜີຍແຜ່, ແລະ ປັບປຸງເອງ

ວຽກທີ່ກິນເວລາທີ່ສຸດຂອງ SEO ໃຫ້ Orova ເຮັດແທນ: ຫາຄຳຫຼັກ, ຂຽນບົດຄວາມມາດຕະຖານ SEO ພ້ອມຮູບ, ເຜີຍແຜ່ຂຶ້ນເວັບອັດຕະໂນມັດ ແລ້ວວັດແທກດ້ວຍ Google Search Console.

ທຸກບັນຊີໃຊ້ໄດ້ຄົບທຸກຄຸນສົມບັດ — ຈ່າຍເທົ່າທີ່ໃຊ້ຈິງ.

ທີມງານໃຊ້ຊອບແວ SEO ຂອງ Orova ດັນບົດຄວາມຂຶ້ນອັນດັບຕົ້ນຂອງຜົນຄົ້ນຫາ Google
1ອັນດັບ 1 ເທິງ Google
ຂຽນ ແລະ ເຜີຍແຜ່ໂດຍ Orova

ເຮັດວຽກທຸກມື້ ໂດຍບໍ່ຕ້ອງມີໃຜເຕືອນ

  • ບົດຄວາມມາດຕະຖານ SEO
  • ຮູບປະກອບສ້າງໂດຍ AI
  • ເຊື່ອມເວັບ GA4 ແລະ Google Search Console
  • API ເຜີຍແຜ່ບົດຄວາມ
  • ຕັ້ງເວລາລົງບົດໃໝ່
  • ປັບປຸງບົດເກົ່າ
  • ຕິດຕາມອັນດັບຄຳຫຼັກ
  • ຕິດຕາມຄູ່ແຂ່ງ
  • ລາຍງານພາບລວມ
  • ລາຍງານດ້ານເຕັກນິກຂອງເວັບ
100 ເວັບໄຊພ້ອມກັນບົດໃໝ່ໃນ 5 ນາທີ10 ວຽກທີ່ AI ເຮັດແທນ

ເປັນຫຍັງທີມງານຈຶ່ງເລືອກ Orova SEO

1
ກຳລັງຜະລິດທີ່ຄົນເຮັດບໍ່ໄຫວ

AI ເຝົ້າ 100 ເວັບໄຊພ້ອມກັນ ແລ້ວລາຍງານເປັນລາຍບົດ, ປັບປຸງ ແລະ ຂຽນບົດໃໝ່ໄດ້ພາຍໃນ 5 ນາທີ.

2
ເຝົ້າຄູ່ແຂ່ງມາໃນຕົວ

ຄັດຄຳຫຼັກ ແລະ ມຸມການຂຽນຈາກບົດຄວາມນັບລ້ານທີ່ມີຢູ່ — ປະລິມານຂະໜາດນີ້ມີແຕ່ AI ທີ່ໄຫວ.

3
ຕົ້ນທຶນຕໍ່າ ຂະຫຍາຍງ່າຍ

ຄິດເງິນເປັນລາຍບົດ, ຂຽນເທົ່າໃດຈ່າຍເທົ່ານັ້ນ, ຖືກກວ່າຈ້າງທີມຂຽນເນື້ອຫາຫຼາຍ.

ເຄື່ອງມື SEO ຄົບຊຸດຢູ່ບ່ອນດຽວ

ຕັ້ງແຕ່ຂຽນບົດຈົນເຖິງຕິດຕາມອັນດັບ — ບໍ່ຕ້ອງເອົາຫຼາຍເຄື່ອງມືມາຕໍ່ກັນ.

ຂຽນບົດຄວາມມາດຕະຖານ SEO

ບົດຍາວ ບົດສັ້ນ ບົດຄົ້ນຄວ້າ ໂຕນວິຊາການ ຫຼາຍພາສາ ຕ້ອງອ້າງອີງແຫຼ່ງທີ່ມາ — AI ຮັບໄດ້ໝົດ.

ປັບປຸງບົດເກົ່າຫຼາຍພັນບົດ

ສະແກນຄັງບົດເກົ່າພາຍໃນບໍ່ເທົ່າໃດນາທີ, ຫາບົດທີ່ອ່ອນ ແລ້ວຮ່າງໂຄງປັບປຸງໃຫ້ເອງ.

ວິເຄາະ SEO

ອ່ານທຸກບົດຢູ່ເວັບຂອງທ່ານ, ຂໍ້ມູນການຄົ້ນຫາທີ່ກ່ຽວຂ້ອງ ແລະ ພຶດຕິກຳຂອງລູກຄ້າ.

ຕິດຕາມຄູ່ແຂ່ງ

ຕາມບົດໃໝ່ລ້າສຸດຂອງຄູ່ແຂ່ງໃຫ້ເອງ ແລ້ວຂຽນແຊກໃສ່ຊ່ອງຫວ່າງທີ່ເຂົາເຈົ້າປະໄວ້.

ກວດສຸຂະພາບດ້ານເຕັກນິກ

ທຸກບັນຫາດ້ານເຕັກນິກຖືກກວດພົບໄວ ແລະ ຊີ້ໄດ້ຊັດເຈນ.

ກຣາຟການເຕີບໂຕ SEO ເທິງແລັບທັອບ — ຊອບແວ SEO ຂອງ Orova ຕິດຕາມອັນດັບຄຳຫຼັກ

ຈາກຄຳຫຼັກເຖິງອັນດັບ ຄົບວົງຈອນຢູ່ບ່ອນດຽວ

ເຄື່ອງມື SEO ຊຸດດຽວ: ຫາຄຳຫຼັກ, ຂຽນ, ເຜີຍແຜ່ ແລ້ວວັດແທກດ້ວຍ Google Search Console.

ຫາຄຳຫຼັກ

ຈາກຄຳຄົ້ນຫາຈິງໃນ Search Console, ຄຳແນະນຳໃນຊ່ອງຄົ້ນຫາຂອງ Google ແລະ ຂໍ້ສະເໜີຂອງ AI.

ຂຽນບົດຄວາມມາດຕະຖານ SEO

ຍາວ ຫຼື ສັ້ນກໍ່ໄດ້, ມີໂຄງສ້າງ, ມີແຫຼ່ງອ້າງອີງ, ຂຽນໃຫ້ຄົນອ່ານ.

ຮູບປະກອບສ້າງໂດຍ AI

ທຸກບົດມີຮູບຂອງຕົນເອງ, ບໍ່ຕ້ອງໄປຫາຮູບສະຕັອກ.

ຕັ້ງເວລາເຜີຍແຜ່ອັດຕະໂນມັດ

ເຊື່ອມ WordPress ຫຼື API ເຜີຍແຜ່, ບົດຂຶ້ນຕາມເວລາທີ່ທ່ານຕັ້ງໄວ້.

ປັບປຸງບົດເກົ່າ

ອັບເດດຂຽນທັບຢູ່ URL ເດີມ ອັນດັບຈຶ່ງບໍ່ຫາຍ.

ຕິດຕາມອັນດັບ ແລະ ຄູ່ແຂ່ງ

ຕົວເລກຈາກ Search Console ແລະ ບົດໃໝ່ຂອງຄູ່ແຂ່ງຢູ່ໜ້າດຽວກັນ.

ນະໂຍບາຍພິເສດຈາກ Orova

ເປີດທຸກຄຸນສົມບັດໃຫ້ໃຊ້ຟຣີ — ຈ່າຍສະເພາະວຽກທີ່ເຮັດແລ້ວ.

  • ແຖມ quota ເລີ່ມຕົ້ນ 1,000
  • ບໍ່ຈຳກັດຄຸນສົມບັດ
  • ບໍ່ຕ້ອງຜູກບັດກ່ອນໃຊ້
ລົງທະບຽນດຽວນີ້

ຄຳຖາມທີ່ພົບເລື້ອຍ

ຕ້ອງເຊື່ອມ Google Search Console ບໍ່?

ບໍ່ເຊື່ອມກໍ່ຂຽນ ແລະ ເຜີຍແຜ່ໄດ້ ແຕ່ໜ້າລາຍງານ, ໜ້າວິເຄາະ ແລະ ຕົວເລກອັນດັບຈະຫວ່າງເປົ່າ. ເຊື່ອມຄັ້ງດຽວດ້ວຍການເຂົ້າສູ່ລະບົບ Google, Orova ຂໍສິດອ່ານຢ່າງດຽວ ແລະ ທ່ານຖອນສິດໄດ້ທຸກເມື່ອ.

ມີເຄື່ອງມືກວດ backlink ບໍ່?

ບໍ່ມີ. Orova ບໍ່ມີເຄື່ອງມືກວດ backlink ແລະ ບໍ່ໃຫ້ຄະແນນຄວາມໜ້າເຊື່ອຖືຂອງໂດເມນ. ສິ່ງທີ່ໃຊ້ແມ່ນຂໍ້ມູນຈິງໃນ Google Search Console ຂອງທ່ານ, ສ່ວນການຫາລິງກ໌ຍັງເປັນວຽກທີ່ທ່ານເຮັດເອງ ຫຼື ໃຊ້ເຄື່ອງມືອື່ນ.

ບົດຄວາມທີ່ AI ຂຽນຈະຖືກ Google ລົງໂທດບໍ່?

Google ບໍ່ໄດ້ຫ້າມເນື້ອຫາທີ່ຂຽນດ້ວຍ AI. ສິ່ງທີ່ຖືກລົງໂທດແມ່ນເນື້ອຫາຂີ້ເຫຍື້ອທີ່ເຮັດຂຶ້ນເພື່ອຫຼອກເຄື່ອງມືຄົ້ນຫາ. ບົດຂອງ Orova ມີໂຄງສ້າງ, ມີແຫຼ່ງອ້າງອີງ, ຂຽນໃຫ້ຄົນອ່ານ — ແລະ ທ່ານເປັນຜູ້ອະນຸມັດກ່ອນເຜີຍແຜ່.

ກວດບົດກ່ອນຂຶ້ນເວັບໄດ້ບໍ່?

ໄດ້. ຈະໃຫ້ AI ເຜີຍແຜ່ຕາມຕາຕະລາງເລີຍກໍ່ໄດ້ ຫຼື ເກັບໄວ້ເປັນຮ່າງໃຫ້ທ່ານອ່ານ ແລະ ແກ້ໄຂກ່ອນກໍ່ໄດ້. ສະຫຼັບໄດ້ຕະຫຼອດເວລາ.

ເວັບຂອງຂ້ອຍບໍ່ໄດ້ໃຊ້ WordPress, ຍັງໃຊ້ໄດ້ບໍ່?

ໄດ້, ຜ່ານ API ເຜີຍແຜ່ຂອງ Orova. ໃຫ້ນັກພັດທະນາຂອງທ່ານເຊື່ອມຕໍ່ຄັ້ງດຽວຕາມເອກະສານ ຈາກນັ້ນບົດຈະຂຶ້ນເວັບອັດຕະໂນມັດຄືກັບ WordPress.

ປັບປຸງບົດເກົ່າແລ້ວອັນດັບຈະຕົກບໍ່?

ບໍ່ຕົກ. ການອັບເດດຖືກຂຽນທັບຢູ່ URL ເດີມ ປະຫວັດກັບ Google ຈຶ່ງຍັງຢູ່ຄົບ. ເນື້ອຫາທີ່ສົດໃໝ່ກວ່າມັກຈະດັນອັນດັບຂຶ້ນ ບໍ່ແມ່ນລົງ.

ດົນປານໃດຈຶ່ງຈະເຫັນຜົນ?

ບໍ່ມີໃຜສັນຍາວັນຂຶ້ນໜ້າທຳອິດໄດ້ — ອັນດັບແມ່ນ Google ຕັດສິນ ແລະ ຂຶ້ນກັບຂະແໜງການຂອງທ່ານ ກັບຄວາມແຂງແຮງຂອງເວັບທີ່ມີຢູ່. ສິ່ງທີ່ Orova ຮັບປະກັນແມ່ນບົດອອກສະໝ່ຳສະເໝີ, ບົດເກົ່າບໍ່ຖືກປະຖິ້ມ, ແລະ ທຸກການປ່ຽນແປງວັດແທກໄດ້ໃນ Search Console.

ຄິດເງິນແນວໃດ, ມີຄ່າລາຍເດືອນບໍ່?

ບໍ່ມີຄ່າລາຍເດືອນບັງຄັບ. ທຸກວຽກທີ່ AI ເຮັດຈະຫັກ quota, ໝົດແລ້ວຄ່ອຍຕື່ມ; ເດືອນໃດບໍ່ໃຊ້ກໍ່ບໍ່ເສຍຈັກກີບ. ຈຳນວນທີ່ຫັກຂອງແຕ່ລະວຽກສະແດງໄວ້ໃນແອັບຢູ່ແລ້ວ.

ຖ້າເຊົາໃຊ້ Orova ບົດທີ່ລົງໄປແລ້ວຈະຫາຍບໍ່?

ບໍ່ຫາຍ. ບົດຢູ່ເທິງເວັບໄຊຂອງທ່ານ ແລະ ເປັນຂອງທ່ານ. ເຊົາໃຊ້ແລ້ວບົດກໍ່ຍັງຢູ່ບ່ອນເກົ່າ, URL ບໍ່ປ່ຽນ, ອັນດັບບໍ່ກະທົບ.

ຕັ້ງແຕ່ມື້ນີ້ ໃຫ້ AI ດູແລວຽກ SEO

ສ້າງບັນຊີຟຣີ, ເຊື່ອມເວັບໄຊ ແລ້ວຮັບບົດທຳອິດໄດ້ພາຍໃນມື້ນີ້.

ສ້າງບັນຊີຟຣີ
ເລີ່ມໃຊ້ຟຣີ