ວຽກຮັບຄົນ ໄວຂຶ້ນ ດ້ວຍ AI
- ຂຽນ JD ແລະ ຕັ້ງເກນ
- ໃຫ້ຄະແນນ CV
- ຄຳຖາມສຳພາດຈາກ JD/CV
- ບັນທຶກສຳພາດດ້ວຍສຽງ/ຂໍ້ຄວາມ
- ໃຫ້ຄະແນນການສຳພາດ
- ຕາຕະລາງນັດສຳພາດ
- ອີເມວຫາຜູ້ສະໝັກອັດຕະໂນມັດ

ເປັນຫຍັງທີມຮັບຄົນຈຶ່ງເລືອກ Orova Recruit
ບໍ່ຕ້ອງໄລ່ເບິ່ງ CV ເປັນຮ້ອຍໃບແລ້ວເລືອກຕາມຄວາມຮູ້ສຶກ, ບໍ່ຕ້ອງເອີ້ນສຳພາດເປັນສິບຄົນເພື່ອຄວາມແນ່ໃຈ.
ທ່ານລົມໄປ ລະບົບຈົດໄປ. ອອກຈາກຫ້ອງມາກໍມີບົດປະເມີນພ້ອມແລ້ວ.
ແຕ່ລະຄົນເຫັນສະເພາະຕຳແໜ່ງຂອງຕົນ, ອີເມວທະຍອຍສົ່ງຕາມຄວາມຄືບໜ້າ, ບໍ່ຕ້ອງຄອຍທວງກັນ.
AI ດູແລຄົບທັງວົງຈອນ — ທ່ານພຽງແຕ່ເລືອກຄົນ
ເກົ້າວຽກທີ່ກິນເວລາຫຼາຍທີ່ສຸດໃນການຮັບຄົນໜຶ່ງຮອບ ດຽວນີ້ມີຄົນເຮັດໃຫ້ແລ້ວ.
ຂຽນຫົວຂໍ້ໄວ້ບໍ່ຫຼາຍແຖວ ທີ່ເຫຼືອມີຄົນຂຽນຕໍ່ໃຫ້.
ທ່ານກຳນົດວ່າຫຍັງສຳຄັນ ທຸກໃບກໍຖືກວັດຕາມລຳດັບນັ້ນ.
ຈັກໃບກໍຮັບ ລວມທັງຮູບຖ່າຍ ແລະ ໄຟລ໌ສະແກນ.
ທຸກຄະແນນຊີ້ໄປທີ່ຂໍ້ຄວາມຈິງໃນ CV, ບໍ່ເວົ້າລອຍໆ.
ຊຸດຄຳຖາມຄົນລະຊຸດ ເຈາະຈຸດທີ່ທ່ານຍັງບໍ່ໝັ້ນໃຈ.
ທ່ານລົມຕໍ່ໄປໄດ້ເລີຍ ເລື່ອງຈົດປ່ອຍໃຫ້ລະບົບເຮັດ.
ຜູ້ສະໝັກລຽງຄູ່ກັນ ຕ່າງກັນຢູ່ໃສເຫັນທັນທີ.
ຫ້ອງຊ້ຳ ຫຼື ເວລາຊ້ຳ ຖືກກັນຕັ້ງແຕ່ຕອນກົດນັດ.
ເຖິງຂັ້ນໃດກໍສົ່ງສະບັບນັ້ນເອງ ທ່ານບໍ່ຕ້ອງຄອຍຈື່.
ອ່ານໃບສະໝັກດ້ວຍຫຼັກຖານ ບໍ່ແມ່ນຄວາມຮູ້ສຶກ
CV ທັງກອງຂອງຕຳແໜ່ງດຽວຖືກວັດດ້ວຍເກນຊຸດດຽວກັນ, ທຸກຄະແນນຍົກຂໍ້ຄວາມໃນ CV ມາອ້າງ ແລະ ສະຖານະຜູ້ສະໝັກຢູ່ລວມໃນລະບົບ ATS ດຽວ.

ແຕ່ລະເກນໃຫ້ຄະແນນ 0–100 ແລະ ຕ້ອງຍົກຂໍ້ຄວາມໃນ CV ມາເປັນຫຼັກຖານ; ເກນບັງຄັບທີ່ບໍ່ຜ່ານຖືກຕັດອອກເຖິງຄະແນນລວມຈະສູງ.
ຄະແນນຈາກ AI, ຜົນທີ່ທ່ານປະເມີນ, ຂໍ້ສະຫຼຸບການສຳພາດ, ເວລານັດທີ່ຈອງ ແລະ ອີເມວທີ່ສົ່ງແລ້ວ ລວມເປັນລາຍຕຳແໜ່ງ.
ຊຸດຄຳຖາມຄົນລະຊຸດຈາກ JD ແລະ CV ພ້ອມສິ່ງທີ່ຕ້ອງຟັງ ຈຶ່ງໃຫ້ຄະແນນໄດ້ທັນທີໃນຫ້ອງສຳພາດ.
ນະໂຍບາຍພິເສດຈາກ Orova
ເປີດທຸກຄຸນສົມບັດໃຫ້ໃຊ້ຟຣີ — ຈ່າຍສະເພາະວຽກທີ່ເຮັດແລ້ວ.
- ແຖມ quota ເລີ່ມຕົ້ນ 1,000
- ບໍ່ຈຳກັດຄຸນສົມບັດ
- ບໍ່ຕ້ອງຜູກບັດກ່ອນໃຊ້
ຄຳຖາມທີ່ພົບເລື້ອຍ
ລະບົບ ATS ແມ່ນຫຍັງ? Orova Recruit ເປັນ ATS ບໍ?
ATS (applicant tracking system) ແມ່ນລະບົບຕິດຕາມຜູ້ສະໝັກ: ໃບສະໝັກຢູ່ໃສ, ໄປເຖິງຂັ້ນໃດ, ໃຜເປັນຜູ້ດູແລ, ສົ່ງຫຍັງໄປແລ້ວ. Orova Recruit ເຮັດສິ່ງນີ້ໃຫ້ເປັນລາຍຕຳແໜ່ງ — CV, ຄະແນນ, ຜົນທີ່ທ່ານປະເມີນເອງ, ຂໍ້ສະຫຼຸບການສຳພາດ, ເວລານັດທີ່ຈອງໄວ້ ແລະ ອີເມວທີ່ສົ່ງໄປແລ້ວ ຢູ່ບ່ອນດຽວກັນ — ແລ້ວຍັງມີ AI ອ່ານ ແລະ ໃຫ້ຄະແນນແທນທ່ານອີກຊັ້ນໜຶ່ງ.
Orova Recruit ເຮັດຫຍັງໃຫ້ພວກເຮົາໄດ້ແດ່?
ຮັບວຽກຮັບຄົນທັງຮອບໄປເຮັດໃຫ້. ຕັ້ງແຕ່ຂຽນຄຳບັນຍາຍວຽກ, ອ່ານ ແລະ ຈັດອັນດັບ CV, ກຽມຄຳຖາມໃຫ້ເທື່ອລະຄົນ, ຈົດບັນທຶກລະຫວ່າງສຳພາດ, ເອົາຜູ້ສະໝັກມາທຽບກັນ, ຈອງເວລານັດ ໄປຈົນເຖິງສົ່ງອີເມວແຈ້ງຜົນ. ຄົນຕັດສິນຍັງເປັນທ່ານຄືເກົ່າ ສິ່ງທີ່ຍົກອອກໄປແມ່ນວຽກທີ່ຕ້ອງລົງແຮງເຮັດເອງ.
ສົ່ງ CV ຮູບແບບໃດກໍອ່ານໄດ້ບໍ?
ໄດ້. ໄຟລ໌ Word, PDF, ຮູບຖ່າຍ ແລະ ໄຟລ໌ສະແກນ ອ່ານໄດ້ໝົດ, ໃຊ້ໄດ້ທັງກັບຄຳບັນຍາຍວຽກ ແລະ CV. ແຕ່ລະຕຳແໜ່ງຮັບໄດ້ເຖິງ 500 CV, ໄຟລ໌ລະບໍ່ເກີນ 10MB.
ລະບົບໃຫ້ຄະແນນໂດຍອີງຫຍັງ?
ອີງເກນຂອງຕຳແໜ່ງນັ້ນ ແລະ ເກນນັ້ນທ່ານແກ້ໄດ້ທຸກແຖວ. ແຕ່ລະເກນໃຫ້ຄະແນນ 0 ຫາ 100 ແລະ ຕ້ອງຍົກຂໍ້ຄວາມໃນ CV ມາເປັນຫຼັກຖານ. ເກນຂໍ້ໃດທີ່ທ່ານໝາຍວ່າບັງຄັບ ແລ້ວ CV ບໍ່ຜ່ານ ເຖິງຄະແນນລວມຈະສູງກໍຍັງຖືກຕັດອອກ.
ຖ້າສຳພາດຫຼາຍຮອບເດ?
ຜູ້ສະໝັກແຕ່ລະຄົນເກັບໄດ້ຫຼາຍຮອບຕາມຕ້ອງການ. ບັນທຶກຮອບໃດແລ້ວ ທັງບັນທຶກ ແລະ ຄຳຖາມຍັງຢູ່ຄົບ ສ່ວນໜ້າຈໍຈະລ້າງໃຫ້ພ້ອມຮອບຖັດໄປ. ຢາກຍ້ອນເບິ່ງຮອບເກົ່າກໍເປີດອ່ານໄດ້ທຸກເມື່ອ.
ຢາກໃຫ້ລະບົບຈົດໃຫ້ ຕ້ອງຕິດຕັ້ງຫຍັງບໍ?
ບໍ່ຕ້ອງຕິດຕັ້ງຫຍັງເລີຍ. ກົດປຸ່ມໄມໂຄຣໂຟນແລ້ວເວົ້າໄດ້ເລີຍ ຕົວໜັງສືຂຶ້ນທັນທີ. ຟັງໄດ້ 56 ພາສາ ແລະ ສ່ວນນີ້ບໍ່ຄິດຄ່າໃຊ້ຈ່າຍ.
ຜູ້ສະໝັກໄດ້ຮັບອີເມວຈາກໃຜ?
ຈາກກ່ອງຈົດໝາຍຂອງບໍລິສັດທ່ານ ເຂົາຈຶ່ງເຫັນຊື່ບໍລິສັດທ່ານ ບໍ່ແມ່ນ Orova. ທ່ານຕັ້ງໄວ້ລ່ວງໜ້າວ່າ "ເຖິງຂັ້ນນີ້ໃຫ້ສົ່ງສະບັບໃດ" ລະບົບສົ່ງໃຫ້ເອງ ແລະ ແຕ່ລະຄົນໄດ້ຮັບແຕ່ລະສະບັບພຽງເທື່ອດຽວ.
ຄົນນອກເຫັນຂໍ້ມູນຜູ້ສະໝັກໄດ້ບໍ?
ບໍ່ໄດ້. CV ແລະ ໄຟລ໌ສຽງຢູ່ໃນພື້ນທີ່ຂອງບໍລິສັດທ່ານເອງ ບໍ່ມີລິ້ງໃດເປີດເບິ່ງໄດ້. ຈະເບິ່ງຕ້ອງເຂົ້າສູ່ລະບົບ ແລະ ຕ້ອງຖືກມອບໝາຍໃຫ້ຕຳແໜ່ງນັ້ນ ພະແນກອື່ນຈຶ່ງເບິ່ງບໍ່ເຫັນຄືກັນ. ເຜີລຶບຕຳແໜ່ງໄປກໍກູ້ຄືນໄດ້.
ແປວ່າໃຫ້ AI ຕັດສິນແທນເຮົາບໍ?
ບໍ່ແມ່ນ. AI ຈັດອັນດັບ ແລະ ສະແດງຫຼັກຖານ ສ່ວນຈະຮັບໃຜ ຕັດໃຜ ຍັງເປັນທ່ານເປັນຄົນກົດ. ແມ່ນແຕ່ຈົດໝາຍສະເໜີວຽກທີ່ຮ່າງໃຫ້ ກໍຍັງເວັ້ນຊ່ອງເງິນເດືອນກັບວັນເລີ່ມວຽກໄວ້ໃຫ້ທ່ານຕື່ມເອງ.
ເບິ່ງຜະລິດຕະພັນອື່ນຂອງ Orova
ບັນຊີດຽວ, ກະເປົາ quota ດຽວ — ຊຸດ AI Agent ຄົບຊຸດສຳລັບທຸລະກິດ.
